ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ອົງການດັດສົມໂທລະຄົມມນາຄົມ

28/03/2022

ກອງປະຊຸມໃຫຍ່ຄັ້ງທີ I  ຂອງໜ່ວຍພັກ ອົງການດັດສົມໂທລະຄົມມນາຄົມ

         ໃນຕອນເຊົ້າຂອງວັນທີ 10 ກຸມພາ 2022, ໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມຊັ້ນ 5 ຕຶກກະຊວງເຕັກໂນໂລຊີ ແລະ ການສື່ສານ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດຢ່າງສູງເປັນປະທານກອງປະຊຸມ ໂດຍ  ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ເປັນຄະນະປະທານຮ່ວມ ຂອງ ສະຫາຍ ສຸດໃຈ ລໍລອນສີ ເລຂາໜ່ວຍພັກ, ຮັກສາການຫົວໜ້າ ອົງການດັດສົມໂທລະຄົມມະນາຄົມ. ມີບັນດາສະຫາຍ ເລຂາໜ່ວຍພັກ, ສາມອົງການຈັດຕັ້ງມະຫາຊົນ ອ້ອມຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 20 ສະຫາຍ ແລະ ສະຫາຍ  ຜູ້ແທນກອງປະຊຸມໃຫ່ຍ ຂອງໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ ມີຈຳນວນ 15 ສະຫາຍ ຍິງ 3 ສະຫາຍ.

          ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ສະເໜີໂດຍ ສະຫາຍ ສຸດໃຈ ລໍລອນສີ  ເລຂາໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ແລະ ບົດສຳຫລວດການ ຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ ທີ່ສະເໜີໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ຮອງເລຂາຄະນະໜ່ວຍພັກ ປະທານກວດກາໜ່ວຍພັກ ເຊິ່ງໄດ້ຕີລາຄາສູງ ເຖິງຜົນງານທີ່ຍາດມາໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 04ປີ ຜ່ານມາ (ແຕ່ປີ 2017 – 2021) ພ້ອມກັນນັ້ນກໍ່ໄດ້ຍົກສູງໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ຊື່ງຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ຖອດຖອນເປັນບົດຮຽນໃຫ້ແກ່ການນຳພາ-ຊີ້ນຳຂອງຕົນ. 

ການລາຍງານ ບົດລາຍງານການເມືອງ ແລະ ບົດສຳຫລວດການ ຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ ອດທ

ໃນບົດລາຍງານການເມືອງໄດ້ກຳນົດຄາດໝາຍສູ້ຊົນ, ທິດທາງແຜນການ 05 ປີ ແຕ່ນີ້ຮອດປີ 2026 ດັ່ງນີ້:

  1. ສືບຕໍ່ສືກສາອົບຮົມການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍແລະລະບຽບການຂອງລັດ ເພື່ອກໍ່ສ້າງໃຫ້ສະມາຊິກພັກໃຫ້ມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີມະນະຈິດຕື່ນຕົວປະຕິວັດ, ກາຍເປັນຜູ້ສຶບຖອດພາລະກິດປະຕິວັດ ເຊິ່ງແຕ່ລະປີຕ້ອງໄດ້ຊຸກຍູ້ ແລະ ລະດົມສະມາຊິກພັກ ໃຫ້ສາມາດຍົກລະດັບການສຶກສາດ້ານວິຊາສະເພາະ, ພາສາຕ່າງປະເທດ ແລະ ທິດສະດີການເມືອງ-ການປົກຄອງ ໃຫ້ໄດ້ຫຼາຍກວ່າ 50 % ຂອງສະມາຊິກພັກ ພາຍໃນໜ່ວຍ;
  2. ປັບປຸງແບບແຜນການເຄື່ອນໄຫວວຽກງານຂອງໜ່ວຍພັກ ເພື່ອເຮັດໃຫ້ໜ່ວຍພັກມີຄວາມ ປອດໃສ,ເຂັ້ມແຂງ, ຄວາມໜັັກແໜ້ນ ທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ດ້ານການຈັດຕັ້ງຢ່າງມີປະສິດທິຜົນ;
  3. ເພີ່ມທະວີການຈັດຕັ້ງປະຕິບັດ ສ້າງໜ່ວຍພັກໃຫ້ມີຄວາມເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ ທີ່ຕິດພັນກັບແຜນການເຄື່ອນໄຫວ ວຽກງານວິຊາສະເພາະ ໃຫ້ໄດ້ທັງປະລິມານ ຄຸນນະພາບ ແລະ ໃຫ້ປະກົດຜົນເປັນຈິງ;
  4. ເອົາໃຈໃສ່ຕິດຕາມກວດກາ ການເຄື່ອນໄຫວ ຂອງຄະນະໜ່ວຍພັກ, ສະມາຊິກພັກ ຢ່າງເປັນປົກກະຕິ ຕາມລະບຽບຂອງພັກ-ກົດໝາຍຂອງລັດ ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ຢ່າງເໝາະສົມຕໍ່ຜູ້ທີ່ມີຄວາມຫ້າວຫັນມີຜົນງານດີເດັ່ນໃນຂະບວນການຕົວຈິງ.

ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ.

ການຮັບຮອງເອົາບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ອດທ

ແລະ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຂອງອົງການດັດສົມໂທລະຄົມມະນາຄົມ ຊຸດໃໝ່ ເພື່ອສຶບຕໍ່ ຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດວຽກງານຂອງພັກ ໃຫ້ປະກົດຜົນເປັນຈິງ.

ການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຂອງອົງການດັດສົມໂທລະຄົມມະນາຄົມ ຊຸດໃໝ່

ພ້ອມກັນນັ້ນ ກອງປະຊຸມຄັ້ງປະຖົມມະລຶກ ກໍ່ໄດ້ເປັນເອກະພາບກັນ ແລະ ຮັບຮອງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງປະກອບມີ 03 ສະຫາຍ, ດັ່ງມີລາຍຊື່ລຸ່ມນີ້:

  1. ສະຫາຍ ສຸດໃຈ ລໍລອນສີ ເປັນເລຂາ;
  2. ສະຫາຍ ພວງປະເສີດ ແກ້ວສຸວັນ ເປັນ ຮອງເລຂາ, ທັງເປັນປະທານກວດກາ;
  3. ສະຫາຍ ປອ ນາງ ໃຈມາລີ ພະກະຊຸມ ເປັນ ກຳມະການ, ຊີ້ນຳ ສາມອົງການຈັດຕັ້ງມະຫາຊົນ ແລະ ການເງິນ.

ການຮັບຮອງຄະນະນ່ວຍພັກ ອົງການດັດສົທໂທບະຄົມມະນາຄົມ ຊຸດໃໝ່

ກອງປະຊຸມຄັ້ງນີ້ຍັງໄດ້ ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີີຜູ້ແທນສົມບູນ ເຂົ້າຮ່ວມ 07 ສະຫາຍຄື:

  1. ສະຫາຍ ສຸດໃຈ ລໍລອນສີ
  2. ສະຫາຍ ພວງປະເສີດ ແກ້ວສຸວັນ
  3. ສະຫາຍ ປອ ນາງ ໃຈມາລີ ພະກະຊຸມ
  4. ສະຫາຍ ແສງດວງທິບ ສຸນາເຄນ
  5. ສະຫາຍ ອານຸສອນ ຄຳຮຸ່ງ
  6. ສະຫາຍ ສຸລິຍາ ໄຊສົມພູ
  7. ສະຫາຍ ຄຳແດງ ພົມມະຫອມ

ຜູ້ແທນສຳຮອງ ຈຳນວນ 02 ສະຫາຍ ຄື:

  1. ສະຫາຍ ວິວັດທະນາ ຂຽວວົງພະຈັນ
  2. ສະຫາຍ ບຸນສັກດາ ພົມສະຫວັນ

      ກອງປະຊຸມຄັ້ງນີ້ຍັງໄດ້ເປັນກຽດຢ່າງສູງຮັບຟັງການໂອ້ລົມ ທີ່ມີຄວາມໝາຍຄວາມສຳຄັນ, ໜັກແໜ້ນ ແລະ    ເຕັມໄປດ້ວຍບົດຮຽນທີ່ລໍ້າຄ່າ ຈາກ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີບາງຕອນສະຫາຍໄດ້ກ່າວວ່າ: ຄະນະໜ່ວຍພັກຊຸດໃໝ່ຈົ່ງເອົາໃຈໃສ່ເພີ່ມທະວີ ກຳແໜ້ນແນວທາງນະໂຍບາຍ ລວມຂອງພັກ-ລັດ ໃນແຕ່ລະໄລຍະ ກຳແໜ້ນມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເວົ້າລວມ, ເວົ້າສະເພາະ ກໍ່ຄືມະຕິກອງປະຊຸມໃຫ່ຍ ຂອງໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ປະກົດຜົນເປັນຈິງ, ເສີມຂະຫຍາຍສ້າງສະມາຊິກພັກໃຫ້ກາຍເຄີ່ງໜຶ່ງຂື້ນໄປ, ເອົາໃຈໃສ່ຮັດແໜ້ນຄວາມສາມັກຄີພາຍໃນໜ່ວຍໃຫ້ເປັນປຶກແຜ່ນ, ທຸ່ມເທເຫື່ອແຮງເພື່ອເຮັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນທີ່ດີ, ເສີມຂະຫຍາຍມູນເຊື້ອ ຄວາມດຸ  ໝັ້ນຂະຫຍັນພຽນ, ມີນໍ້າໃຈຮັກຊາດ ຮັກການອອກແຮງງານ, ປະຢັດມັດທະຍັດມີແບບແຜນດຳລົງຊີວິດທີ່ປອດໃສ     ຂາວສະອາດ ສ້າງແນວຄິດເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນຳພາວຽກງານແນວຄິດ-ການເມືອງ ໃຫ້ໜັກແໜ້ນໂດຍການປັບປຸງການຮ່ວມຊີວິດ ຂອງພັກ ມີການຕິຊົມຕົນເອງ ແລະ ຕຳນິເຊິ່ງກັນແລະກັນ ໃຫ້ກາຍເປັນ  ໜ່ວຍພັກ ປອດໃສ ເຂັ້ັມແຂງ ໜັກແໜ້ນ. ພ້ອມກັນນັ້ນ ກໍ່ເອົາໃຈໃສ່ຕັ້ງໜ້າປະຕິບັດ ໜ້າທີ່ວຽກງານຂອງອົງການດັດສົມໂທລະຄົມມະນາຄົມໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບສູງ.

ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວຄຳໂອລົມ ຕໍ່ຄະນະໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ ຊຸດໃໝ່

ເຊິ່ງຄຳໂອ້ລົມດັ່ງກ່າວ, ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ ທັງເປັນການມອບໝາຍໜ້າທີ່ ຄວາມຮັບຜິດຊອບ ແລະ ເປັນບ່ອນອີງ ໃຫ້ແກ່ຄະນະໜ່ວຍພັກ ອດທ ຊຸດໃໝ່ ເພື່ອນຳພາ-ຊີ້ນຳ ວຽກງານ ໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ.

          ກອງປະຊຸມໄດ້ປິດລົງໃນເວລາ 11: 53 ໂມງ ຂອງມື້ດຽວກັນ.

ພິທີມອບດອກໄມ້ໃຫ້ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ,ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ຮູບພາບລວມຄະນະ ແລະ ຮູບພາບອື່ນໆ

https://g-drive.gov.la/index.php/s/oE2J2LEkHfCWP3L

ຂຽນຂ່າວໂດຍ: ໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ

 

 

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ