ຫນ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

31/08/2021

ຫນ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

            ຫນ່ວຍພັກອົງການດັດສົມໂທລະຄົມ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ກົດລະບຽບສະໄໝ ທີ XI ຂອງພັກປະຊາຊົນປະຕິວັດລາວ ຂຶ້ນ ໃນວັນທີ 27 ສິງຫາ 2021 ທີ່ ຫ້ອງປະຊຸມ ຊັ້ນ 1 ຕຶກ F ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ  ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ສຸດໃຈ ລໍລອນສີ  ເລຂາ ຫນ່ວຍພັກອົງການດັດສົມໂທລະຄົມ ຜູ້ເຂົ້າຮ່ວມ ມີສະຫາຍ ຮອງເລຂາ ປະທານ ກວດກາໜ່ວຍພັກ, ສະມາຊິພັກສົມບູນ ແລະ ສຳຮອງ ພາຍໃນອົງການດັດສົມໂທລະຄົມມະນາຄົມ ເຂົ້າຮ່ວມ 11 ສະຫາຍ.

             ໃນໂອກາດດັ່ງກ່າວ ສະຫາຍ ສຸດໃຈ ລໍລອນສີ  ເລຂາ ຫນ່ວຍພັກອົງການດັດສົມໂທລະຄົມ ໄດ້ເຜີຍແຜ່ ກົດລະບຽບຂອງພັກສະບັບປັບປຸງ ແລະ ມະຕິກອງປະຊຸມໃຫຍ່ຂອງພັກ ສະໄໝທີ່ XI ຊື່ງ ສະຫາຍ ເລຂາ ໜ່ວຍພັກໄດ້ຍົກໃຫ້ເຫັນ ໂດຍໄດ້ເນັ້ນໜັກບັນດາຈຸດສຳຄັນ ໂດຍສະເພາະໝວດ ແລະ ມາດຕາເພີ້ມໃໝ່ ເຊັ່ນ: ມາດຕາໃໝ່ທີ່ເວົ້າເຖີງຄຳປະຕິຍານຂອງມະຫາຊົນກ້າວຫນ້າ ກ່ອນເຂົ້າເປັນສະມາຊິກພັກ ຊື່ງເປັນເນື້ອໃນໃໝ່,  ເງື່ອນໄຂຂອງມະຫາຊົນໃນການຕິດຕາມ ເຂົ້າເປັນສະມາຊິກພັກ, ດ້ານການເມືອງແນວຄິດ ໝວດການນຳວຽກງານພະນັກງານ ແລະ ເນື້ອໃນສຳຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ນອກຈາກນີ້ຍັງໄດ້ສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຜ່ານມາ , ບັນຫາທີ່ກຳລັງປະເຊີນຄືຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ທິດທາງຕໍ່ໜ້າທີ່ຕ້ອງໄດ້ັດຕັ້ງປະຕິບັດໃຫ້ແກ່ບັນດາສະຫາຍສະມາຊິກພັກທົ່ວອົງການດັດສົມໂທລະຄົມມະນາຄົມ ກໍາໄດ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານໃຫ້ເລິກເຊິ່ງຮອບດ້ານ ບົນພື້ນຖານຍົກສູງຄວາມອາດສາມາດນໍາພາຂອງພັກໃຫ້ສູງເດັ່ນຂື້ນກ່ອນເກົ່າ.

(ຂ່າວ+ພາບ: ກອງເລຂາ )

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ