ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ໂທລະຄົມມະນາຄົມ ເຂົ້າຕິດຕາມກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ສີງຫາ 2021

24/08/2021

ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ໂທລະຄົມມະນາຄົມ ເຂົ້າຕິດຕາມກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ສີງຫາ 2021

ໃນຕອນເຊົ້າ ວັນທີ 24 ສີງຫາ 2021, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ໄດ້ເຂົ້າຕິດຕາມກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສີງຫາ 2021 ເຂົ້າຮ່ວມຄັ້ງນີ້ນໍາພາໂດຍ ທ່ານ ສຸດໃຈ ລໍລອນສີ ຮັກສາການ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ພ້ອມດ້ວຍຄະນະ ຈຸດປະສົງແມ່ນເພື່ອເກັບກຳ ແລະ ສັງລວມຄຳເຫັນຂອງບັນດາທ່ານ ສະມາຊິກລັດຖະບານທີ່ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການໂທລະຄົມມະນາຄົມ(ສະບັບປັບປຸງ) ຫຼັງຈາກນັ້ນຈະໄດ້ນຳໄປຄົ້ນຄ້ວາປັບປຸງປະກອບໃສ່ຮ່າງກົດໝາຍໃຫ້ຄົບຖ້ວນສົມບູນກ່ອນສະເໜີເຂົ້າກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2021 ນີ້.

 

ບົດຂ່າວໂດຍ: ກອງເລຂາ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການໂທລະຄົມມະນາຄົມ.

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ