11/06/2021

ໃນວັນທີ 08-09 ມິຖຸນາ 2021 ທີ່ຜ່ານມານີ້, ໂດຍໄດ້ຮັບການມອບໝາຍຈາກ Lao ATRC Leader, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ເຂົ້າຮ່ວມກອງປະຊຸມວີດີໂອທາງໄກໃນຫົວຂໍ້ “ການສົນທະນາ-ປຶກສາຫາລືຂອງເຈົ້າໜ້າທີ່ດັດສົມໂທລະຄົມມະນາຄົມອາຊຽນກ່ຽວກັບວຽກງານ OTT ປະຈຳປີ 2021 (2021 ATRC OTT Dialogue)”, ເຊິ່ງຈັດຂຶ້ນໂດຍ ສຳນັກງານຄະນະກຳມະການກິດຈະການກະຈາຍສຽງ, ກິດຈະການໂທລະພາບ ແລະ ກິດຈະການໂທລະຄົມມະນາຄົມແຫ່ງຊາດ, ປະເທດໄທ (NBTC). ມີຜູ້ຕາງໜ້າເຈົ້າໜ້າທີ່ດັດສົມໂທລະຄົມມະນາຄົມອາຊຽນ, ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ຜູ້ໃຫ້ບໍລິການ OTT (ເປັນຕົ້ນແມ່ນ Facebook, Google…) ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ຫຼາຍກວ່າ 100 ທ່ານ.
ໃນໂອກາດນີ້, ສປປ ລາວ ຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ປອ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງ ຕສ ແລະ ໄດ້ລາຍງານສະພາບ OTT Ecosystem ໃນ ສປປ ລາວ ໂດຍມີບາງເນື້ອໃນທີ່ໄດ້ນໍາສະເຫນີ ກ່ຽວກັບທິດທາງຂອງຮ່າງແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນ, ຜະລິດຕະພັນ OTT ພາຍໃນເຊັ່ນ: G-Chat ຂອງ ກະຊວງ ຕສ, LTC Play ຂອງ ບໍລິສັດ ລາວໂທລະຄົມ ແລະ Mocha ຂອງ ບໍລິສັດ ສະຕາ ໂທລະຄົມ. ນອກຈາກນັ້ນກໍ່ໄດ້ແລກປ່ຽນແຜນການພິຈາລະນາສ້າງ Self-Regulation ໃນການຄຸ້ມຄອງ OTT ຮ່ວມກັນກັບ ອາຊຽນ.
ກອງປະຊຸມໃນຄັ້ງນີ້ ແມ່ນໂອກາດອັນດີສຳລັບອົງການຄຸ້ມຄອງດັດສົມໂທລະຄົມມະນາຄົມຂອງອາຊຽນ, ບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ຜູ້ໃຫ້ບໍລິການ OTT ສາມາດແບ່ງປັນຂໍ້ມູນ, ລາຍງານສະພາບປະຈຸບັນຂອງ OTT Ecosystem ພ້ອມທັງ ສົນທະນາແລກປ່ຽນປະເດັນການຈັດຕັ້ງປະຕິບັດ ການລິເລີ່ມຂອງອາຊຽນເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາ OTT Ecosystem ຢ່າງຍືນຍົງ. ຍິ່ງໄປກວ່ານັ້ນ, ຍັງເປັນໂອກາດໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໄດ້ມີສ່ວນຮ່ວມໃນການຍົກປະເດັນ ແລະ ສິ່ງທ້າທາຍຕ່າງໆ ເພື່ອແລກປ່ຽນ ແລະ ຫາແນວທາງປະຕິບັດຮ່ວມກັນ.
ສປປ ລາວ ເປັນປະເທດໜຶ່ງ ທີ່ປະຊາຊົນມີການນຳໃຊ້ OTT ໃນຊີວິດປະຈຳວັນນັບມື້ນັບຫຼາຍຂຶ້ນ ສະນັ້ນ ອົງການຄຸ້ມຄອງດັດສົມໂທລະຄົມມະນາຄົມ ຈະຕ້ອງໄດ້ມີການສືບຕໍ່ຮ່ວມມືກັບອາຊຽນໃນການແລກປ່ຽນບົດຮຽນການຄຸ້ມຄອງ, ສົ່ງເສີມ ແລະ ວາງລະບຽບການທີ່ຈໍາເປັນ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມລະຄົມມະນາຄົມ ແລະ ຜູ້ໃຫ້ບໍລິການ OTT ມີການຮ່ວມມື ແລະ ປັບຕົວເຂົ້າກັບການພັດທະນາ OTT ເພື່ອໃຫ້ມີຜົນໂຫຍດຮ່ວມກັນ.
ພາບ+ຂ່າວໂດຍ: ພະແນກໃບອະນຸຍາດດ້ານໂທລະຄົມມະນາຄົມ, ອົງການດັດສົມໂທລະຄົມມະນາຄົມ