30/12/2020

ພະແນກເລກໝາຍໂທລະຄົມ, ອົງການດັດສົມໂທລະຄົມມະນາຄົມ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ການນຳໃຊ້ເລກໝາຍໂທລະສັບພິເສດ ແລະ ແຜນຈັດສັນເລກໝາຍໂທລະສັບພິເສດ 3-4 ຕົວເລກ ໃຫ້ກັບບັນດາກົມພາຍໃນກະຊວງ ປທສ, ກະຊວງ ປກສ ແລະ ບໍລິສັດໂທລະຄົມມະນາຄົມ. ໃນລະຫວ່າງວັນທີ 28-29 ທັນວາ 2020 ຜ່ານມານີ້, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ ນ. ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ມີຕ່າງໜ້າກະຊວງ ປ້ອງກັນຄວາມສະຫງົບ, ບັນດາກົມ/ທຽບເທົ່າ ອ້ອມຂ້າງພາຍໃນກະຊວງ ປທສ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືຕໍ່ຕາຕະລາງແຜນຈັດສັນເລກໝາຍໂທລະສັບພິເສດ ທີ່ຈັດສັນໃຫ້ແຕ່ລະພາກສ່ວນນຳໃຊ້ ແລະ ປະກອບຄຳເຫັນໃສ່ນິຕິກຳ ຄຸ້ມຄອງການນຳໃຊ້ເລກໝາຍໂທລະສັບພິເສດ ໃຫ້ແທດເໝາະກັບສະພາບການນຳໃຊ້ພາຍໃນປະເທດ, ພາກພື້ນ ແລະ ສາກົນ, ເພື່ອຮັບປະກັນການນຳໃຊ້ໃຫ້ມີປະສິດທິພາບສູງສຸດ, ຍ້ອນວ່າ ເລກໝາຍໂທລະສັບພິເສດ ແມ່ນຊັບພະຍາກອນໂທລະຄົມທີ່ມີຈຳກັດ ແລະ ມີຫຼາຍພາກສ່ວນຕ້ອງການນຳໃຊ້ ເພື່ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ໃຫ້ບໍລິການສັງຄົມ, ເນື່ອງຈາກເລກໝາຍໂທລະສັບພິເສດເປັນຊຸດຕົວເລກທີ່ຈື່ງ່າຍ ແລະ ສະດວກໃນການໂຄສະນາ ເພື່ອເຜີຍແຜ່ໃຫ້ຜູ້ໃຊ້ບໍລິການເຂົ້າເຖິງຜະລິດຕະພັນຂອງຕົນ. ກອງປະຊຸມສາມາດສະຫຼຸບໄດ້ ບັນດາຕາຕະລາງແຜນຈັດສັນເລກໝາຍໂທລະສັບພິເສດໃຫ້ແຕ່ລະພາກສ່ວນນຳໃຊ້, ຫຼັກການອອກອະນຸຍາດ,ປັບປຸງປ່ຽນແປງການນຳໃຊ້ເລກໝາຍໂທລະສັບພິເສດ, ສິດ ແລະ ພັນທະຂອງແຕ່ລະພາກສ່ວນທີ່ນຳໃຊ້ເລກໝາຍໂທລະສັບພິເສດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປັບປຸງອອກເປັນນິຕິກຳຄຸ້ມຄອງໃນອານາຄົດ.
ພາບ+ຂ່າວ ໂດຍ: ທິບພະວົງ ຫອມສົມບັດ, ພະແນກເລກໝາຍໂທລະຄົມ.