23/11/2020

ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ຈັດກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ ( ຮ່າງ) ຂໍ້ຕົກລົງວ່າດ້ວຍ ຄຸນນະພາບເຄືອຂ່າຍໂທລະສັບມືຖື, ອິນເຕີເນັດ ແລະ ການບໍລິການ (ສະບັບປັບປຸງ) ຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໃນວັນທີ 05 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ສຸດໃຈ ລໍລອນສີ ຮັກສາການ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ ຕາງໜ້າບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.ຈຳນວນ 21 ທ່ານ
.
ອີງໃສ່ສະພາບການພັດທະນາລະບົບເຄືອຂ່າຍໂທລະສັບມືຖື, ອິນເຕີເນັດ ແລະ ການບໍລິການ ແມ່ນເຫັນວ່າພັດທະນາໄວ ດ້ວຍເຫດນັ້ນນິຕິກຳທີ່ໃຊ້ໃນການຄຸ້ມຄອງຄວນຈະໄດ້ຮັບການປັບປຸງໃຫ້ແທດເໝາະກັບການພັດທະນາຂອງເຕັກໂນໂລຊີ. ປະຈຸບັນຂໍ້ຕົກລົງ ສະບັບເລກທີ 3245/ປທສ, ລົງວັນທີ 22 ພະຈິກ 2016 ວ່າດ້ວຍຄຸນນະພາບເຄືອຂ່າຍໂທລະສັບມືຖື, ອິນເຕີເນັດ ແລະ ການບໍລິການ ແມ່ນເຫັນວ່າມີບາງເນື້ອໃນຍັງເຫັນກວມລວມ ແລະ ບາງເອກະສານສາກົນທີ່ເປັນບ່ອນອີງໃນເມື່ອກ່ອນແມ່ນໄດ້ຖືກປັບປຸງໃຫມ່.
ຈຸດປະສົງໃນການເປີດກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ນິຕິກຳທີ່ນຳໃຊ້ຄຸ້ມຄອງວຽກງານດັ່ງກ່າວມີປະສິດທິພາບຍິ່ງຂຶ້ນ, ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃຫ້ແທດເໝາະກັບສະພາບຕົວຈິງ ແລະ ເພື່ອຮັບປະກັນທາງດ້ານຄໍາສັບເຕັກນິກວິຊາການຕ່າງໆ ພ້ອມທັງເປັນຂໍ້ມູນໃຫ້ຄະນະຮັບຜິດຊອບນໍາໄປຄົ້ນຄ້ວາພິຈາລະນາໃນຂັ້ນຕອນຕໍ່ໄປ.