ກອງປະຊຸມຄະນະຮັບຜິດຊອບ ສ້າງລະບຽບການຂະຫຍາຍຕາໜ່າງໂທລະຄົມ ໄປເຂດຫ່າງໄກສອກຫຼີກ

08/11/2024

ກອງປະຊຸມຄະນະຮັບຜິດຊອບ ສ້າງລະບຽບການຂະຫຍາຍຕາໜ່າງໂທລະຄົມ ໄປເຂດຫ່າງໄກສອກຫຼີກ

ກອງປະຊຸມປຶກສາຫາລືພາຍໃນຄະນະຮັບຜິດຊອບ ສ້າງລະບຽບການຂະຫຍາຍຕາໜ່າງໂທລະຄົມ ໄປເຂດຫ່າງໄກສອກຫຼີກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 01 ພະຈິກ 2024, ທີ່ຫ້ອງປະຊຸມຊັ້ນ 02 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ເຂົ້າຮ່ວມທີ່ຢູ່ໃນຄະນະຮັບຜິດຊອບຈາກ: ອົງການດັດສົມໂທລະຄົມມະນາຄົມ, ຫ້ອງການ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ຫ້ອງການກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຕາງໜ້າຈາກ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ຕາງໜ້າບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ເຂົ້າຮ່ວມທັງໝົດ 29 ທ່ານ.

ກອງປະຊຸມຄັ້ງນີ້ ແມ່ນເປັນກອງປະຊຸມຄັ້ງທໍາອິດຂອງຄະນະຮັບຜິດຊອບສ້າງລະບຽບການຂະຫຍາຍຕາໜ່າງໂທລະຄົມ ໄປເຂດຫ່າງໄກສອກຫຼີກ. ກອງປະຊຸມໄດ້ຮັບຟັງກ່ຽວກັບຄວາມເປັນມາຂອງການຄົ້ນຄວ້າສ້າງລະບຽບດັ່ງກ່າວໂດຍທ່ານປະທານກອງປະຊຸມ, ຮັບຟັງການລາຍງານຜົນການຄົ້ນຄວ້າຜ່ານມາ ແລະ ສະເໜີ ຜ່ານຮ່າງເນື້ອໃນຂອງຂໍ້ຕົກລົງ ໂດຍຕາງໜ້າໃຫ້ຄະນະຮັບຜິດຊອບ ສະເໜີໂດຍ ທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ ກອງເລຂາ, ຮ່າງຂໍ້ຕົກລົງວ່າດ້ວຍ ການຂະຫຍາຍຕາໜ່າງໂທລະຄົມມະນາຄົມໄປສູ່ເຂດຫ່າງໄກສອກຫຼີກ ປະກອບມີເນື້ອທັງໝົດ 8 ໝວດ ແລະ 29 ມາດຕາ.  ຫຼັງຈາກນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນ ປະກອບຄຳຄິດຄຳເຫັນຕໍ່ກັບ ຊື່, ໂຄງຮ່າງ ແລະ ເນື້ອໃນຂອງແຕ່ລະມາດຕາໃນຂໍ້ຕົກລົງ ເປັນຕົ້ນແມ່ນ ມາດຕາ 11, 12, 13 ແລະ 16 ຊຶ່ງມີເນື້ອໃນກ່ຽວກັບການກຳນົດເຂດຈຸດສຸມ, ການປະກອບທຶນ, ນະໂຍບາຍສົ່ງເສີມການຂະຫຍາຍຕາໜ່າງໂທລະຄົມມະນາຄົມ, ນະໂຍບາຍພິເສດສໍາລັບການບໍລິການ ແລະ ອື່ນໆ ເພື່ອເຮັດໃຫ້ເນື້ອຂອງຮ່າງຂໍ້ຕົກລົງມີຄວາມສົມບູນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນການຈັດຕັ້ງປະຕິບັດໃນຕໍ່ໜ້າ.