23/07/2020
ຄະນະຂື້ນທະບຽນເລກໝາຍໂທລະສັບ, ໄດ້ຈັດກອງປະຊຸມ ສຳມະນາກ່ຽວກັບນິຕິກຳ ແລະ ລະບົບຂື້ນທະບຽນເລກໝາຍໂທລະສັບ ໃຫ້ບັນດາ ກົມ, ສູນ ແລະ ສະຖາບັນ ພາຍໃນກະຊວງ ປທສ ຂື້ນຈຳນວນ 02 ວັນຄື: ໃນວັນທີ 01 ກໍລະກົດ 2020 ແມ່ນຈັດຂື້ນທີ່ ສູນອິນເຕີເນັດແຫ່ງຊາດ (ສອຊ) ແລະ ໃນວັນທີ 02 ກໍລະກົດ 2020 ແມ່ນຈັດຂື້ນທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ). ໂດຍການເຜີຍແຜ່ ຈາກຄະນະຂື້ນທະບຽນເລກໝາຍໂທລະສັບ, ເຊິ່ງມີຜູ້ ຕາງໜ້າ ຈາກກົມ/ທຽບເທົ່າ, ສູນ/ສະຖາບັນ ອ້ອມຂ້າງກະຊວງເຂົ້າຮ່ວມ.
ການສືບຕໍ່ຈັດກອງປະຊຸຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ບັນດານິຕິກຳ, ຄູ່ມືການນຳໃຊ້ແອັບພິເຄຊັ້ນຂື້ນທະບຽນເລກໝາຍໂທລະສັບ ແບບອອນລາຍດ້ວຍຕົນເອງ (App Lao KYC) ເພຶ່ອເປັນການກະຕຸກຊຸກຍູ້ ບັນດາພະນັກງານພາຍໃນກະຊວງ ປທສ ໃຫ້ມີເຂົ້າໃຈ ເນື້ອໃນຈິດໃຈ ແລະ ຈຸດປະສົງ ຂອງວຽກດັ່ງກ່າວຢ່າງລະອຽດ, ເອກະພາບກັນເປັນອັນໜຶ່ງອັນດຽວ ເປັນຂົວຕໍ່ໃນການເຜີຍແຜ່ໃຫ້ບັນດາກົມກອງອື່ນ, ຄອບຄົວ ແລະ ໝູ່ເພື່ອນ ໄດ້ຢ່າງຖືກຕ້ອງ.
ພາບ+ຂ່າວ: ອົງການດັດສົມໂທລະຄົມມະນາຄົມ.

