ກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ ໂຄງການສຶກສາຄວາມເປັນໄປໄດ້ ໃນຫົວຂໍ້: “ເພີ່ມທະວີການພັດທະນາ ແລະ ການກວດສອບ ເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນ ຄຸນນະພາບການບໍລິການ ແລະ ຄວາມປອດໄພ”

25/05/2023

ກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ ໂຄງການສຶກສາຄວາມເປັນໄປໄດ້ ໃນຫົວຂໍ້: “ເພີ່ມທະວີການພັດທະນາ ແລະ ການກວດສອບ ເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນ ຄຸນນະພາບການບໍລິການ ແລະ ຄວາມປອດໄພ”

ວັນທີ 09 ຫາ 11 ພຶດສາພາ 2023 ອົງການດັດສົມໂທລະຄົມມະນາຄົມ ໄດ້ຈັດກອງປະຊຸມລິເລີ່ມຈັດຕັ້ງປະຕິບັດ ໂຄງການສຶກສາຄວາມເປັນໄປໄດ້ ໃນຫົວຂໍ້: ເພີ່ມທະວີການພັດທະນາ ແລະ ການກວດສອບ ເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນ ຄຸນນະພາບການບໍລິການ ແລະ ຄວາມປອດໄພ” “Enhancing the development of telecommunications and internet network  dimension and testing system in service of quality assurance and security” ໂດຍ ການຊ່ວຍເຫຼືອຈາກອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ(APT).

 

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸດໃຈ ລໍລອນສີ, ຫົວຫນ້າອົງການດັດສົມໂທລະຄົມມະນາຄົມ ແລະ ມີຜູ້ຊ່ຽວຊານຈາກອົງການ KDDI Foundation ທີ່ເປັນຜູ້ຕາງໜ້າໃນການຈັດຕັ້ງປະຕິບັດໂຄງການຂອງ Asia Pacific Telecommunication(APT) ແລະ ມີຕາງໜ້າຜູ້ເຂົ້າຮ່ວມຈາກບັນດາກົມ/ທຽບເທົ່າທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຂອງອົງການດັດສົມໂທລະຄົມມະນາຄົມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອປຶກສາຫາລື ແລະ ວາງແຜນການເຄື່ອນໄຫວວຽກຕົວຈິ່ງຮ່ວມກັນຂອງທັງສອງຝ່າຍ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້ຄື ເຮັດໃຫ້ເຄືອຂາຍການບໍລິການ ຂອງໂທລະຄົມມະນາຄົມ ແລະ ອິນເຕີເນັດ ມີຄຸນນະພາບ ແລະ ມີຄວາມປອດໄພໃນການນຳໃຊ້ ເພື່ອເປັນໂຄງລ່າງພື້ນຖານທີ່ສຳຄັນ ໃນການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ.

ນອກຈາກນັ້ນ, ທາງຄະນະຮັບຜິດຊອບຂອງທັງສອງຝ່າຍ ໄດ້ລົງໄປແລກປ່ຽນບົດຮຽນຕົວຈິ່ງ ກັບກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເພື່ອເປັນການເກັບກ້ຳຂໍ້ມູນຕົວຈິ່ງ ໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານ ຄຸນນະພາບການບໍລິການ ແລະ ຄວາມປອດໄພຂອງການຊົມໃຊ້.

ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ.

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ