ກອງປະຊຸມເຜີຍແຜ່ ກົດຫມາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງໃຫມ່ປີ 2021, ບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ ໃຫ້ພະແນກ ຕສ 08 ແຂວງພາກເໜືອ ທີ່ແຂວງຫົວພັນ

24/11/2022

ກອງປະຊຸມເຜີຍແຜ່ ກົດຫມາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງໃຫມ່ປີ 2021, ບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ  ໃຫ້ພະແນກ ຕສ 08 ແຂວງພາກເໜືອ ທີ່ແຂວງຫົວພັນ

     

     ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວ ເຜີຍແຜ່ ກົດຫມາຍວ່າດ້ວຍ ການໂທລະຄົມມະນາຄົມ ສະບັບປັບປຸງໃຫມ່ປີ 2021, ບັນດານິຕິກໍາທີ່ກ່ຽວຂ້ອງ ຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 8 ແຂວງ ພາກເໜືອ, ເຊິ່ງກອງປະຊຸມດັ່ງກ່າວ ແມ່ນຈັດຂື້ນໃນວັນທີ  21 ພະຈິກ 2022, ທີ່ ຫໍວັດຖະນະທໍາ ແຂວງຫົວພັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸດໃຈ ລໍລອນສີ,  ກຳມະການພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ  ທ່ານ ວົງໄຊ ຄໍາດີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫົວພັນ, ໂດຍມີ ຕາງໜ້າຈາກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ, ພະແນກການອ້ອມຂ້າງ ແລະ ສາຂາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳແຂວງເຂົ້າຮ່ວມ ລວມທັງໝົດ 70 ທ່ານ.

           ກອງປະຊຸມເຜີຍແຜ່ ກົດຫມາຍໂທລະຄົມມະນາຄົມ ສະບັບປັບປຸງ ໃນຄັ້ງນີ້ໄດ້ຍົກໃຫ້ເຫັນເນື້ອໃນທີ່ຈຳເປັນ ເຊັ່ນ: ການຄຸ້ມຄອງຊັບພະຍາກອນໂທລະຄົມມະນາຄົມ, ການກຳນົດປະເພດຂອງການດຳເນີນທຸລະກິດທີ່ເປີດກວ້າງຂື້ນຕື່ມ ເພື່ອຮອງຮັບກັບເຕັກໂນໂລຊີໃໝ່ທີ່ອາດເກີດຂື້ນໃນອານາຄົດ, ການຄຸ້ມຄອງການນຳໃຊ້ເລກໝາຍໂທລະຄົມມະນາຄົມກໍ່ຄືການຂື້ນທະບຽນ ທີ່ເປັນວຽກງານບູລິມະສິດອັບດັບໜຶ່ງຂອງ ວຽກງານການຫັນເປັນ ດິຈິຕອນເພື່ອ ຮອງຮັບຍຸກດິຈິຕອນ, ການຊຸກຍູ້ສົ່ງເສີມການຮ່ວມມືກໍ່ຄືການນຳໃຊ້ ພື້ນຖານໂຄງລ່າງຮ່ວມກັນຫຼາຍບໍລິສັດເພື່ອປະຫຍັດການລົງທຶນ, ການສ້າງກອງທຶນໂທລະຄົມ ແລະ ຫັນເປັນດິຈິຕອນ ເພື່ອເສີມຂະຫຍາຍດ້ານໂຄງລ່າງພື້ນຖານ ໄປສູ່ເຂດຫ່າງໄກສອກຫຼີກ ເປັນການສົ່ງເສີມປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ-ການສື່ສານໄດ້ງ່າຍຂື້ນ ແລະ ບັນດາຂໍ້ກໍາຫ້າມຕ່າງໆ ທີ່ຂັດກັບກົດໝາຍສະບັບນີ້.

         ນອກຈາກການເຜີຍແຜ່ບັບດານິຕິກໍາທີ່ກ່ຽວຂ້ອງກັບວຽກງານດັດສົມໂທລະຄົມແລ້ວ ທາງຄະນະລົງເຄື່ອນໄຫວຍັງໄດ້ດຳ ເຮັດວຽກທາງດ້ານວິຊາສະເພາະຮ່ວມກັບ ບັນດາພະແນກ ຕສ ແຂວງເໜືອ ເພື່ອເປັນການຍົກລະດັບຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ແລະ ເພື່ອຜັນຂະຫຍາຍພາລະບົດບາດຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນໍາສະເໜີໂດຍນັກວິທະຍາກອນຈາກ ບັນດາພະແນກການ ພາຍໃນອົງການດັດສົມໂທລະຄົມມະນາຄົມ ໃນວັນທີ 21 -22 ພະຈິກ 2022 ແລະ ຈະໄດ້ມີການສ້າງກິດຈະກຳຮັດແໜ້ນຄວາມສາມັກຄີ ຮ່ວມກັນ ລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງພາກເໜືອ ແລະ ບັນດາສາຂາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດປະຈຳແຂວງ ໃນວັນສຸດທ້າຍຂອງການດຳເນີນການເຄື່ອນໄຫວວຽກງານໃນຄັ້ງນີ້.

 

ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ  

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ