ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ

30/05/2022

ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ

        ວັນທີ 26 ພຶດສະພາ 2022 ນີ້, ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ, ໜ່ວຍພັກກົມເຕັກໂນໂລຊີ ດິຈິຕ໋ອນ, ແລະ ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຮ່ວມກັນ  ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກກະຊວງ, ມີບັນດາສະຫາຍເລຂາໜ່ວຍພັກ ບັນດາກົມ/ທຽບເທົ່າ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກຂອງກົມກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ສຸດໃຈ ລໍລອນສີ, ເລຂາໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 02 ສະຫາຍ ໃນສັງກັດໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ຄື:

  1. ສຫ ນ. ຈິນດາພອນ ພົມມະທັດ;
  2. ສຫ ວຽງພູທອນ ເຫຼັກຊຸມພົນ.

       ໃນໂອກາດນີ້, ສະຫາຍ ພູຂົງ ຈິດຮູບໂລກ, ໄດ້ໃຫ້ກຽດມອບມະຕິຕົກລົງໃຫ້ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ພ້ອມໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມະຊິກພັກສໍາຮອງໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າຮັບຜິດຊອບ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນ ແລະ ຫັນວຽກງານການເປັນທັນສະໄໝ ໃຫ້ກາຍເປັນຂະແໜງການປາຍແຫຼມປີ່ນອ້ອມ ໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ພັດທະນາສ້າງລາຍຮັບເສດຖະກິດຄອບຄົວເພື່ອປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ການແກ້ໄຂບັນຫາເສດຖະກິດທີ່ເປັນໜຶ່ງໃນສອງວາລະແຫ່ງຊາດ ແລະ ຍົກສູງຄວາມໝາຍຄວາມສຳຄັນວຽກງານການຂື້ນທະບຽນເລກໝາຍໂທລະສັບ ໃຫ້ເປັນວຽກງານລະດັບຊາດ ທີ່ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະ ຊ່ວຍກັນສຸມໃສ່ກຳລັງ ເພຶ່ອໃຫ້ໄດ້ຮັບໝາກຜົນອັນຈົບງາມ, ເພາະວຽກງານດັ່ງກ່າວ ແມ່ນຕົວຂັບເຄື່ອນວຽກງານການຫັນເປັນດິຈິຕອນ ແລະ ວຽກງານແກ້ໄຂຢາເສບຕິດ.

       ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກເອົາໃຈໃສ່ເຊື່ອມຊຶມບັນດານິຕິກໍາ, ການເປັນແບບຢ່າງທີ່ດີ ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ ແລະ ສາມາດກໍາແໜ້ນໄດ້ 5 ຫຼັກການ 3 ທິດນຳຂອງພັກ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ກໍ່ຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ  ທີ່ຖືກມອບໝາຍໃຫ້ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.

ຂ່າວ: ອົງການດັດສົມໂທລະຄົມມະນາຄົມ

 

 

ດາວໂຫຼດແອັບຂື້ນທະບຽນເລກໝາຍໂທລະສັບ
ຄູ່ມືການຂື້ນທະບຽນເລກໝາຍໂທລະສັບ
ວາລະສານ ໄອຊີທີ
ໜັງສືພິມ
ໜັງສືເຊີນເຂົ້າຮ່ວມການປະມູນ
ໜັງສືເຊີນເຂົ້າຮ່ວມການປະມູນ